top of page
Writer's pictureDueo Multimedia Services

ວິວັດທະນາການຂອງ Logo Adobe Photoshop

Updated: Feb 27, 2021


ຮູບວິວັດທະນາການຂອງ Logo Adobe Photoshop ຕັ້ງແຕ່ Version ທຳອິດຈົນຮອດ Version ລ້າສຸດ


ຫຼາຍໆຄົນກໍໜ້າຈະຮູ້ກັນແລ້ວກັບ Program Adobe Photoshop ທີ່ໃຊ້ໃນການສ້າງ, ຕົກແຕ່ງ ແລະ ແກ້ໄຂຮູບພາບໄດ້ຢ່າງມີຄວາມເປັນມືອາຊີບ ແລະ ມີປະສິດທິພາບ


Photoshop ຖືກພັດທະນາຂື້ນມາຄັ້ງທຳອິດໃນປີ 1988 ໂດຍ Thomas ແລະ John Knoll ໂດຍມີຊື່ເດີມວ່າ Image Pro ແລະ ຕໍ່ມາແມ່ນຖືກຊື້ໂດຍບໍລິສັດ Adobe Systems ພາຍໃນປີດຽວກັນ.


ສຳລັບບໍລິສັດ Adobe Systems ແມ່ນສ້າງຕັ້ງຂື້ປີ 1982 ໂດຍ John Warnock ແລະ Charles Geschke. ຕໍ່ມາໂປຣແກຣມ Image Pro ໄດ້ປ່ຽນຊື່ມາເປັນ Photoshop ໃນປີ 1989 ແລະ ໄດ້ມີການພັດທະນາດ້ານການໃຊ້ງານ ແລະ ຮູບແບບຂອງ logo ມາເລື້ອຍໆ.


Adobe Photoshop ມີການອອກແບບ Logo ທີ່ຫຼາກຫຼາຍ ແລະ ແຕກຕ່າງກັນໃນແຕ່ລະ Version ເຊິ່ງໄດ້ຖືກພັດທະນາ, ແກ້ໄຂ ແລະ ອອກແບບໃຫ້ເໝາະກັບແຕ່ລະຍຸກສະໄໝ.

ມື້ນີ້ເຮົາມາເບິ່ງກັນວ່າ logo ຂອງໂປຣແກຣມ photoshop ນີ້ ມີວິວັດທະນາການແນວໃດ, ໜ້າຕາຈະແຕກຕ່າງກັນແນວໃດ ແລະ ເຮົາທັນໃຊ້ລຸ້ນໃດກັນ ໄປເບິ່ງນຳກັນເລີຍ!!!!.



1. ເປັນ logo ທຳອິດຂອງ Adobe Photoshop ທີ່ຖືກສ້າງຂື້ນໂດຍ Thomas ແລະ Jonh Knoll ໃນປີ 1988 ທີ່ມີລັກສະນະເປັນພິກເຊວຂາວດໍາທີ່ມີຮູບຊົງຄືເຮືອນທີ່ມີຫຼັງຄາ


Adobe Photoshop Logo 1988-1990



2. ໃນປີ 1990 ໄດ້ມີການອອກແບບໄອຄອນໃໝ່ ເປັນພິກເຊວຂອງຕາ ທີ່ອ້ອມດ້ວຍຂອບສີ່ຫຼ່ຽມ


Adobe Photoshop Logo 1990-1991



3. ໃນປີ 1991 ເປັນຮູບພິກເຊວຂອງຕາທີ່ມີກອບສີ່ຫຼ່ຽມສີແດງ ພ້ອມດ້ວຍເງົາຂອງກອບຮູບ


Adobe Photoshop Logo 1991-1994



4. ໃນປີ 1994 ກອບຮູບໄດ້ປ່ຽນໃຫ້ມີຫຼາຍສີເຊັ່ນ ສີຟ້າ ສີເຫຼືອງ ສີແດງ ແລະ ສີຂຽວ ທີ່ເພີ່ມຄວາມໂດດເດັ່ນສະດຸດຕາ ແລະ style


Adobe Photoshop Logo 1994-1996



5. ສຳລັບປີ 1996 ຍັງຄົງເປັນຮູບຕາຂາວດຳຄືເກົ່າ ແຕ່ເປັນການແຕ້ມທີ່ມີຄວາມສະໄໝໃໝ່ກວ່າ ແລະ ມີກອບຮູບທີ່ໂນນຂື້ນ ແລະ ມີເງົາຂອງຂອບ


Adobe Photoshop Logo 1996-2000



6. ປີ 2000 ມີຄວາມຄ້າຍຄື version ກ່ອນ ແຕ່ມີການປັບລາຍເສັ້ນຈຶ່ງເຮັດໃຫ້ຮູບມີຄວາມເປັນມີອາຊີບຫຼາຍຂື້ນ ແລະ ສີຂອງຂອບຍັງຄົງບໍ່ປ່ຽນແປງ


Adobe Photoshop Logo 2000-2002



7. ໃນປີ 2003 ກໍຍັງຄົງເປັນຮູບຕາ ແຕ່ຢູ່ໃນວົງຂອງແວ່ນຂະຫຍາຍ ແລະ ມີການອອກແບບສົດໃສ ມີສີສັນ ແລະນີ້ກໍເປັນ version ສຸດທ້າຍທີ່ເປັນຮູບຕາ


Adobe Photoshop Logo 2002-2003



8. ປີ 2003 ໄດ້ມີການອອກແບບ logo ທີjເປັນຂົນນົກ ທີ່ວາງຢູ່ເທິງສີ່ຫຼ່ຽມສີຂາວ ໂດຍຂົນນົກຈະເປັນສີຂຽວທີ່ໄລ່ລະດັບສີຟ້າ ແລະ ສີສົ້ມ ທີ່ໃຫ້ຄວາມຮູ້ສຶກເກ໋ໆ


Adobe Photoshop Logo 2003-2005



9. ໃນປີ 2005 ໄດ້ມີການປ່ຽນສີຂອງຂົນນົກເປັນສີຟ້າເຂັ້ມ ແລະ ສີຂຽວປະສົມກັນ ເພື່ອເປັນການສະເຫຼີມສະຫຼອງດ້ານສີລະປະ ແລະ ຄວາມງາມ


Adobe Photoshop Logo 2005-2007



10. ປີ 2007 ໄດ້ໃຊ້ຮູບແບບທີ່ລຽບງ່າຍຂື້ນ ເປັນຮູບສີ່ຫຼ່ຽມສີຟ້າທີ່ມີຕົວອັກສອນ “Ps” ສີຂາວຕິດຢູ່ ແລະ ມີການໄລ່ລະດັບສີເລັກນ້ອຍ


Adobe Photoshop Logo 2007-2008



11. ໃນປີ 2008 ຕົວອັກສອນສີຂາວຖືກແທນທີ່ດ້ວຍສີດຳ ແລະ ຕົວອັກສອນທີ່ມີຄວາມໜາຂື້ນ ແລະ ສີຟ້າທີ່ມີຄວາມອ່ອນລົງ


Adobe Photoshop Logo 2008-2010



12. ໃນປີ 2010 ໄດ້ເພີ່ມຮູບຊົງຄືກັບປື້ມ ຕົວໜັງສືໄດ້ປ່ຽນເປັນສີຟ້າທີ່ສົດໃສຂື້ນ


Adobe Photoshop Logo 2010-2012



13. ໃນປີ 2012 ໄດ້ປ່ຽນເປັນຮູບສີ່ຫຼ່ຽມທີ່ມີພື້ນເປັນສີຟ້າເຂັ້ມ ແລະ ມີຂອບ ກັບ ຕົວໜັງສືທີ່ເປັນສີຟ້າຈາງອ່ອນໆ


Adobe Photoshop Logo 2012-2013



14. ໃນປີ 2013 ໄດ້ເຮັດໃຫ້ເສັ້ນຂອບບາງລົງ ແລະ ໄດ້ມີການປ່ຽນສີພື້ນເປັນສີເຂັ້ມກວ່າເກົ່າ ຕົວໜັງສືກໍໄດ້ມີການປ່ຽນສີໃໝ່


Adobe Photoshop Logo 2013-2015



15. ໃນປີ 2015 ຕົວອັກສອນໂດດເດັ່ນຂື້ນໂດຍປ່ຽນເປັນເຊດສີໃໝ່ ສຳລັບສີພື້ນແມ່ນໄດ້ປ່ຽນເປັນສີດຳເພື່ອເພີ່ມຄວາມຫຼູຫຼາ


Adobe Photoshop Logo 2015-2019



16. ໃນປີ 2019 ໄດ້ຫຼຸດມູມສີ່ຫຼ່ຽມອ່ອນລົງ ແລະ ປ່ຽນໜັງສືເປັນສີຂາວ


Adobe Photoshop Logo 2019-2020



17. ໃນປີ 2020 ຂອບໄດ້ຖືກລົບອອກ ຕົວໜັງສືເປັນສີຟ້າອ່ອນມີຄວາມໜາຂື້ນ ແລະ ມີພື້ນເປັນສີຟ້າເຂັ້ມທີ່ຍັງມີລັກສະນະເປັນມູມໂຄ້ງ


Adobe Photoshop Logo 2020-2021



ແລະທັງໝົດນີ້ ແມ່ອນວິວັດທະນາການຂອງ Adobe Photoshop Logo ຕັ້ງແຕ່ version ທຳອິດຈົນເຖິງ version ປັດຈຸບັນທີ່ເຮົາໄດ້ເຫັນ ແລະ ນຳໃຊ້ຢູ່


ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດ ແລະ ມີຄຸນຄ່າຕໍ່ບັນດາທ່ານຜູ້ອ່ານ ບໍ່ຫຼາຍກໍ່ໜ້ອຍ ແລ້ວ ຢ່າລືມກົດຕິດຕາມ Facebook page ຂອງພວກເຮົາ ເພື່ອເປັນກຳລັງໃຈໃຫ້ພວກເຮົາໃນການຂຽນ Content ໃໝ່ໆລົງ ເພື່ອແບ່ງປັນຄວາມຮູ້ ແລະ ທີ່ສຳຄັນເພື່ອສ້າງ Content ທີ່ເປັນພາສາລາວໃຫ້ຫຼາຍຂຶ້ນ


ແຫຼ່ງທີ່ມາ: https://1000logos.net/photoshop-logo/



ຊ່ອງທາງການຕິດຕາມ:





Comments


Post: Blog2_Post
bottom of page