top of page
Writer's pictureDueo Multimedia Services

ວິວັດທະນາການຂອງ Logo Adobe Lightroom

Updated: Feb 27, 2021


ຮູບວິວັດທະນາການຂອງ Logo Adobe Lightroom ຕັ້ງແຕ່ Version ທຳອິດຈົນຮອດ Version ລ້າສຸດ

ທຸກຄົນເຄີຍຄິດ ຫຼື ສົງໄສບໍ່ວ່າ ໂລໂກ້ ຂອງ Adobe Lightroom ນັ້ນມີການປ່ຽນແປງໄປແນວໃດແນ່ ຈາກ Version ທຳອິດ ຈົນເຖິງປັດຈຸບັນ. ມື້ນີ້, ພວກເຮົາໄດ້ນຳເອົາໜ້າຕາ ໂລໂກ້ ຂອງ Adobe Lightroom ຕັ້ງແຕ່ Version ທຳອິດມາໃຫ້ທຸກຄົນໄດ້ເບິ່ງກັນ. ແຕ່ກ່ອນທີ່ຈະໄປເບິ່ງການປ່ຽນແປງໂລໂກ້ ຂອງ Adobe Lightroom ນັ້ນ ເຮົາມາທຳຄວາມຮູ້ຈັກກັບ Adobe Lightroom ກັນກ່ອນ.


Adobe Lightroom ຫຼື ເອີ້ນຊື່ເຕັມວ່າ Adobe Photoshop Lightroom ພັັດທະນາໂດຍບໍລິສັດ Adobe System ເປັນບໍລິສັດຊອບແວຂະໜາດໃຫຍ່ໃນລັດແຄລິຟໍເນຍ ສະຫາລັດອາເມລິກາ.


Adobe Lightroom ເປັນໂປຣແກຮມຈັດການຮູບພາບແບບມືອາຊີບ ຖ້າຫາກທ່ານເປັນຄົນມັກໃນການຖ່າຍຮູບຈາກກ້ອງດິຈິຕອນ ແລະ ຕ້ອງການປັບແຕ່ງຮູບຖ່າຍໃຫ້ສວຍງາມຍິ່ງຂຶ້ນ Adobe Lightroom ເປັນສຸດຍອດໂປຣແກຮມທີ່ມີຄຸນສົມບັດໃນການປັບແຕ່ງຮູບຖ່າຍຈາກຕ້ອງດີຈິຕອນ ສາມາດຮອງຮັບໄດ້ຫຼາຍ File ບໍ່ວ່າຈະເປັນ Raw, JPG ຫຼື TIFF ເປັນຕົ້ນ ດ້ວຍຄວາມສາມາດໃນການຈັດການຮູບພາບທີ່ຫຼາກຫຼາຍ Adobe Lightroom ຈຶ່ງເປັນທີ່ນິຍົມ ແລະ ເປັນທີ່ມັກຮັກຂອງກຸ່ມຊ່າງພາບມືອາຊີບຫຼາຍທີ່ສຸດໃນທົ່ວໂລກ.


Adobe Lightroom ເປີດໂຕທຳອິດໃນປີ 2007 ແລະ ໄດ້ມີການອັບເດດ Version ແລະ ມີການປັບປຸງແກ້ໄຂມາເລື້ອຍໆບໍ່ວ່າຈະເປັນທາງດ້ານເຄື່ອງມື ຫຼື Features ຕ່າງໆ. ຈົນມາຮອດ 2017, Adobe Lightroom ໄດ້ມີການອັບເດດ ແລະ ປ່ຽນຊື່ເປັນ Adobe Lightroom Classic CC. ນອກຈາກນີ້, ຍັງມີການເປີດໂຕ Adobe Lightroom CC ທີ່ມາພ້ອມກັບເທັກໂນໂລຍີ Cloud-based ທີ່ເຮັດໃຫ້ທຸກຄົນສາມາດຕົກແຕ່ງ, ຈັດໝວດໝູ່, ຈັດເກັບ ແລະ ແຊຣ໌ຮູບໄດ້ທຸກທີ່ທຸກເວລາ.


Adobe Lightroom CC ເປັນໂປຣແກຣມແຕ່ງຮູບທີ່ Adobe ພັດທະນາຂຶ້ນມາໃໝ່ ມີການອອກແບບໜ້າຈໍຜູ້ໃຊ້ໃໝ່ ມີພຣີເຊັດ ແລະ ເຄື່ອງມືປັບແຕ່ງທີ່ໃຊ້ງານງ່າຍ ສາມາດຕິດຕັ້ງໄດ້ໃນ Desktops, Laptops, iPad ແລະ ໂທລະສັບ. Lightroom CC ມີຄວາມສາມາດໃນການ Sync ຮູບພາບຂຶ້ນ ​Could ແລະ ການໃຊ້ງານຂ້າມອຸປະກອນທີ່ເຊື່ອມຕໍ່ ເຮັດໃຫ້ຜູ້ໃຊ້ສາມາດແກ້ໄຂປັບແຕ່ງຮູບພາບໄດ້ທຸກອຸປະກອນ ໃນທຸກທີ່ທຸກເວລາ.


ສະຫຼຸບແລ້ວ, Adobe ຈະມີ Lightroom ທັງໝົດ 2 ໂປຣແກຣມ ຄື: Lightroom Classic CC ແລະ Lightroom CC. Lightroom Classic CC ຈະເນັ້ນການເຮັດວຽກແບບດັງເດີມຢູ່ໃນ Desktop. ສ່ວນ Lightroom CC ຈະເນັ້ນໄປທີ່ Cloud ແລະ ການເຊື່ອມການເຮັດວຽກຮ່ວມກັນລະຫວ່າງອຸປະກອນ.


ສຳລັບໂລໂກ້ຂອງ Adobe Lightroom ນັ້ນກໍໄດ້ມີການປ່ຽນແປງໄປຕາມແຕ່ລະ Version ດັ່ງນີ້:



Adobe Lightroom Logo Version 1 (2007-2008)


1. ໃນປີ 2007 ໂລໂກ້ໄດ້ມີການອອກແບບທີ່ລຽບງ່າຍ ໂດຍເປັນ 4 ຫຼ່ຽມສີເທົາອົມຟ້າໄລ່ສີອ່ອນຫາເຂັ້ມ ແລະ ມີຕົວອັກສອນ “ LR ” ສີຂາວຢູ່ທາງກາງ ເຊິ່ງຕົວອັກສອນ R ຈະມີຂະໜາດນ້ອຍກວ່າຕົວອັກສອນ L.



Adobe Lightroom Logo Version 2 (2008-2010)


2. ໃນປີ 2008 ໂລໂກ້ໄດ້ປ່ຽນເປັນສີເທົາອ່ອນກວ່າ Version 1 ໂດຍມີການໄລ່ສີອ່ອນຫາເຂັ້ມ ແລະ ຕົວອັກສອນ

“ Lr ” ໄດ້ປ່ຽນເປັນສີເຂັ້ມ ຈະເຫັນໄດ້ວ່າ ຕົວອັກສອນ R ໄດ້ປ່ຽນເປັນຕົວພິມນ້ອຍ ( r ).



Adobe Lightroom Logo Version 3 (2010-2012)


3. ປີ 2010 ໄດ້ປ່ຽນຈາກຮູບ 4 ຫຼ່ຽມມາເປັນຮູບລັກສະນະຄ້າຍຄືປຶ້ມ ທີ່ມີສີເຂັ້ມຂຶ້ນ ສ່ວນຕົວອັກສອນ “ Lr ” ໄດ້ປ່ຽນເປັນສີຟ້າອ່ອນ.



Adobe Lightroom Logo Version 4 (2012-2013)


4. ປີ 2012 ໄດ້ປ່ຽນມາໃຊ້ icon ແບບເກົ່າ ໂດຍມີການເພີ່ມກອບໜາສີທະເລ ແລະ ຕົວອັກສອນ “ Lr ” ມີສີດຽວກັບກອບ.



Adobe Lightroom Logo Version 5 (2013-2015)


5. ໃນປີ 2013 ແຕກຕ່າງຈາກ Version 4 ເລັກໜ້ອຍ ໂດຍໄດ້ປ່ຽນໃຫ້ກອບບາງລົງ ແລະ ຕົວອັກສອນກໍບາງລົງເຊັ່ນກັນ ມີສີທີ່ເຂັ້ມ ພ້ອມກັບການໄລ່ສີເລັກໜ້ອຍ.



Adobe Lightroom Classic Logo Version 6-7.5 (CC2015-2018)


6. ປີ 2015 ໂລໂກ້ມີສີສັນ ແລະ ຕົວອັກສອນຄ້າຍຄືກັບ Version 4 ແຕ່ມີຂອບບາງຄືກັບ Version 5 ເປັນການປະສົບປະສານທີ່ລຽບງ່າຍ ແລະ ຫຼູຫຼາ ເຊິ່ງໄດ້ນຳໃຊ້ມາຈົນເຖິງປີ 2020.



Adobe Lightroom Logo Version 1-1.5 (CC2017-2018)


7. ໃນປີ 2017 ໄດ້ມີການເປີດໂຕ Adobe Lightroom CC ເຊິ່ງໂລໂກ້ຂອງ Lightroom CC ຈະແຕກຕ່າງຈາກ Lightroom Classic ກໍຄື ສີສັນທີ່ເຂັ້ມຂຶ້ນ ຕົວອັກສອນບາງລົງ ແລະ ມີຂອບສີຂຽວມິ້ນ ທີ່ມີລັກສະນະໂຄ້ງມົນເຂົ້າ.



Adobe Lightroom Classic CC2020


8. ໃນປີ 2020 ໂລໂກ້ Adobe Lightroom Classic ໄດ້ມີການປ່ຽນແປງຈາກ 4 ຫຼ່ຽມທີ່ມີຂອບແບບເກົ່າ ປ່ຽນເປັນພື້ນສີຟ້າເຂັ້ມບໍ່ມີຂອບ ແລະ ຫຼ່ຽມກໍມີລັກສະນະໂຄ້ງມົນເຂົ້າ ສ່ວນຕົວອັກສອນໄດ້ມີການຕື່ມຕົວອັກສອນ C ທີ່ມາຈາກຄຳວ່າ Classic ເຂົ້າໄປ ເພື່ອບໍ່ໃຫ້ສັບສົນກັບ Lightroom CC ພ້ອມທັງປ່ຽນຕົວອັກສອນເປັນສີຟ້າອ່ອນໃຫ້ມີຄວາມໂດດເດັ່ນຍິ່ງຂື້ນ.



Adobe Lightroom CC2020


9. ໃນປີດຽວກັນ ກໍຄືປີ 2020, ໂລໂກ້ຂອງ Adobe Lightroom CC ກໍໄດ້ປ່ຽນມາເປັນແບບດຽວກັບ ໂລໂກ້ ຂອງ Adobe Lightroom Classic CC ແຕ່ກໍມີຄວາມແຕກຕ່າງກັນຄື ໂລໂກ້ຂອງ Lightroom Classic CC ຈະມີຕົວອັກສອນ C, ສ່ວນ ໂລໂກ້ຂອງ Lightroom CC ຈະບໍ່ມີຕົວອັກສອນ C.


ທັ້ງໝົດນີ້ ກໍແມ່ນ ການປ່ຽນແປງ Logo ຂອງໂປຣແກຣມ Adobe Lightroom ເຊິ່ງເຫັນໄດ້ວ່າມີການອອກແບບທີ່ຫຼຽບງ່າຍ ແລະ ມີຄວາມເໝາະສົມກັບແຕ່ລະຍຸກສະໄໝ.


ສຳລັບມື້ນີ້ ພວກເຮົາກໍຂໍລາກັນໄປກ່ອນ ຂອບໃຈ ທຸກຄົນທີ່ເຂົ້າມາອ່ານບົດຄວາມຂອງພວກເຮົາ ແລະ ຢ່າລືມກົດຕິດ Facebook page ຂອງພວກເຮົາ ເພື່ອເປັນກຳລັງໃຈໃຫ້ພວກເຮົາໃນການຂຽນ Content ໃໝ່ໆລົງ ເພື່ອແບ່ງປັນຄວາມຮູ້ ແລະ ທີ່ສຳຄັນເພື່ອສ້າງ Content ທີ່ເປັນພາສາລາວໃຫ້ຫຼາຍຂຶ້ນ.


ແຫ່ງຂໍ້ມູນ :


ຊ່ອງທາງການຕິດຕາມພວກເຮົາ:




Comments


Post: Blog2_Post
bottom of page