top of page
Writer's pictureDueo Multimedia Services

ວິວັດທະນາການຂອງ Logo Adobe Illustrator

Updated: Feb 27, 2021


ຮູບວິວັດທະນາການ Logo ຂອງ Adobe Illustrator ຕັ້ງແຕ່ Version ທຳອິດຈົນຮອດ Version ລ້າສຸດ.


ຫຼາຍໆຄົນກໍໜ້າຈະຮູ້ກັນແລ້ວກັບ Program Adobe Illustrator CC ທີ່ໃຊ້ໃນການອອກແບບ Logo ອອກແບບ Artwork ແລະ ອື່ນໆ.


ມື້ນີ້ເຮົາມາເບິ່ງກັນວ່າ logo ຂອງໂປຣແກຣມ Illustrator ນີ້ ມີວິວັດທະນາການແນວໃດ, ໜ້າຕາຈະແຕກຕ່າງກັນແນວໃດ ແລະ ເຮົາທັນໃຊ້ລຸ້ນໃດກັນ ໄປເບິ່ງນຳກັນເລີຍ!!!!.


Illustrator ເປັນໂປຣແກຣມແກ້ໄຂ graphic ທີ່ສ້າງຂື້ນໂດຍ Adobe ໃນປີ 1985. Illustrator ເປັນໂປຣແກຣມທີ່ມີລາຍຊື່ເປັນຊອບແວທີ່ດີທີ່ສຸດໃນໂລກ ໃນການອອກແບບ Vector ແລະ ງານສີລະປະ.


Adobe Illustrator ມີການອອກແບບ Logo ທີ່ຫຼາກຫຼາຍ ແລະ ແຕກຕ່າງກັນໃນແຕ່ລະ Version ເຊິ່ງໄດ້ຖືກພັດທະນາ, ແກ້ໄຂ ແລະ ອອກແບບໃຫ້ເໝາະກັບແຕ່ລະຍຸກສະໄໝດັ່ງນີ້:


1. ສັນຍາລັກດັ້ງເດີມຂອງ Software ຖືກສ້າງຂຶ້ນໃນປີ ຄ.ສ 1987 ໂດຍມີສັນຍາລັກທີ່ລຽບງ່າຍ ປະກອບດ້ວຍສີ່ລ່ຽມສີຂາວທີ່ມີຕົວອັກສອນ “A” ເປັນຕົວພິມໃຫຍ່ຂຽນດ້ວຍສີດຳພ້ອມດ້ວຍລວດລາຍພິກເຊວ.

Logo ຂອງ Adobe Illustrator ປີ ຄ.ສ 1987


2. ໃນປີ ຄ.ສ 1988 ໄດ້ມີການເພີ່ມເຄື່ອງໝາຍ “88” ໄວ້ໃນສົ້ນລຸ່ມເບື້ອງຂວາຂອງ “A” ນີ້ເປັນການປ່ຽນແປງພຽງຢ່າງດຽວເທົ່ານັ້ນ.


Logo ຂອງ Adobe Illustrator ປີ ຄ.ສ 1988


3. ປີ ຄ.ສ 1990, Icon Version 3.0 ໄດ້ມີການປັບແຕ່ງໂດຍມີການເພິ່ມສີໃນຕົວອັນສອນ “A” ໃຫ້ມີລັກສະນະອຽງ ແລະ ໜາຂຶ້ນ, ອ້ອມຮອບດ້ວຍວົງມົນສີບົວ, ສີ່ຫຼ່ຽມສີມ່ວງພ້ອມມີເລກ “3” ສີຂາວຢູ່ສົ້ນລຸ່ມເບື້ອງຂວາ ແລະ ສາມຫຼ່ຽມສີມ່ວງຢູ່ແຈຊ້າຍເບື້ອງເທິງເພື່ອໃຫ້ເກີດຄວາມສົມດຸນຂອງຮູບພາບ.


Logo ຂອງ Adobe Illustrator ປີ ຄ.ສ 1990


4. ໃນປີ 1992 ລາຍເສັ້ນຂອງ Icon ມີຄວາມເຂັ້ມຂື້ນ ສີມ່ວງຖືກປ່ຽນເປັນສີຟ້າເຂັ້ມ ແລະ ແທນບ່ອນຂອງເລກ “3” ດ້ວຍເລກ “4” ເພື່ອເປັນການສະເຫຼີມສະຫຼອງ Version ໃໝ່ ມີຈຸດເປັນພິກເຊວສີ່ຫຼ່ຽມ ແລະ ເງົາສີເທົາຢູ່ໃຕ້ຕົວອັນສອນ ແລະ ຮູບ 3 ຫຼ່ຽມ.


Logo ຂອງ Adobe Illustrator ປີ ຄ.ສ 1992


5. ປີ 1993 ມີການອອກແບບ Icon ໃໝ່ໂດຍເປັນຮູບຂອງໃບໜ້າຜູ້ຍິງ ມີ banner ສີຂາວພ້ອມກັບ “A” ສີມ່ວງທັບຢູ່


Logo ຂອງ Adobe Illustrator ປີ ຄ.ສ 1993


6. Icon ປີ 1997 ນຳສະເໜີຮູບເໝືອນຂອງ ວີນັສ ຈາກຮູບແຕ້ມຂອງ Botticelli ໂດຍຮູບຂອງຄົນແມ່ນເປັນສີຂາວ-ດຳ ຢູ່ໃນກອບສີ່ຫຼ່ຽມສີເຫຼືອງ ແລະ ສີດຳ


Logo ຂອງ Adobe Illustrator ປີ ຄ.ສ 1997


7. ໃນປີ 2001 ຮູບຂອງ ວີນັສ ໄດ້ມີການໃສ່ສີ, ຜົມທີ່ປິວອອກນອກກອບສີ່ຫຼ່ຽມ, ມີ logo ຂອງ Adobe ວາງຢູ່ມຸມລຸ່ມເບື້ອງຊ້າຍຂອງ icon.


Logo ຂອງ Adobe Illustrator ປີ ຄ.ສ 2001


8. ໃນປີ 2003 ຮູບບຸກຄົນແມ່ນຖືກປ່ຽນແທນດ້ວຍຮູບດອກໄມ້ ສັນຍາລັກໃໝ່ຂອງ Illustrator ມີຮູບສີ່ຫຼ່ຽມສີຂາວພ້ອມກັບດອກໄມ້ສາມມິຕິສີບົວວາງຢູ່ສ່ວນເທິງເບື້ອງຂວາ.


Logo ຂອງ Adobe Illustrator ປີ ຄ.ສ 2003


9. ປີ 2005 ຮູບດອກໄມ້ສີບົວໄດ້ປ່ຽນມາເປັນສີສົ້ມ ແລະ ຍ້າຍໄປຢູ່ມຸມເທິງເບື້ອງຊ້າຍແທນ ສີສົ້ມທີ່ມີຄວາມໝາຍເຖິງຄວາມຄິດສ້າງສັນ ແລະ ດ້ານສີລະປະຂອງ software.


Logo ຂອງ Adobe Illustrator ປີ ຄ.ສ 2005


10. ປີ 2007 ໄດ້ມີການອອກແບບໃໝ່ໃນຮູບແບບທີ່ລຽບງ່າຍ ແລະ ຮ່ວມສະໄໝ ປະກອບດ້ວຍສີ່ຫຼ່ຽມສີສົ້ມໄລ່ສີອ່ອນຫາເຂັ້ມ ມີຕົວອັກສອນ ​“Ai” ສີຂາວຢູ່ຈຸດກາງ.


Logo ຂອງ Adobe Illustrator ປີ ຄ.ສ 2007


11. ປີ 2008 ຕົວອັກສອນສີຂາວຖືກແທນທີ່ດ້ວຍສີດຳ ຕົວອັກສອນມີຄວາມໂດດເດັ່ນຂຶ້ນ, ມີຫາງເລັກໜ້ອຍທີ່ຕົວອັກສອນ “A”.


Logo ຂອງ Adobe Illustrator ປີ ຄ.ສ 2008


12. ປີ 2010 ຮູບສີ່ຫຼ່ຽມໄດ້ປ່ຽນມາເປັນຄືກັບຮູບປື້ມ ສີມີຄວາມເຂັ້ມຂຶ້ນ, ຕົວອັກສອນໄດ້ປ່ຽນສີຄ້າຍຄືສີນ້ຳເຜິ້ງ.


Logo ຂອງ Adobe Illustrator ປີ ຄ.ສ 2010


13.ປີ 2012 ປ່ຽນກັບມາໃຊ້ເປັນ icon ແບນແບບເກົ່າ ອັກສອນ “Ai” ສີສົ້ມທີ່ມີການໄລ່ສີ ທີ່ຖືກວາງຢູ່ໃນສີ່ຫຼ່ຽມສີນ້ຳຕານເຂັ້ມ ຢູ່ໃນກອບໜາທີ່ມີສີດຽວກັບອັກສອນ “Ai”.


Logo ຂອງ Adobe Illustrator ປີ ຄ.ສ 2012


14. ປີ 2013 ກອບບາງລົງ ເຊັ່ນດຽວກັບເສັ້ນຂອງຕົວອັກສອນ ແລະ ມີສີທີ່ເຂັ້ມຂຶ້ນ ໂດຍມີການໄລ່ສີເລັກໜ້ອຍຢູ່ສ່ວນເທິງເບື້ອງຊ້າຍຂອງສີ່ຫຼ່ຽມ.


Logo ຂອງ Adobe Illustrator ປີ ຄ.ສ 2013

15.ປີ 2015 ສີຂອງກອບສີ່ຫຼ່ຽມມີຄວາມລຽບງ່າຍຂຶ້ນ ແລະ ຫຼູຫຼາ ສົດໃສ ສະແດງໃຫ້ເຫັນເຖິງຄວາມເປັນມືອາຊີບ ແລະ ຄວາມຊ່ຽວຊານດ້ານ software.


Logo ຂອງ Adobe Illustrator ປີ ຄ.ສ 2015


16. ປີ 2020 ຕັວອັກສອນມີຄວາມໂດດເດັ່ນຂື້ນ ຂອບຖືກລົບອອກ ແລະ ສີ່ຫຼ່ຽມມີຄວາມໂຄ້ງມົນ.

Logo ຂອງ Adobe Illustrator ປີ ຄ.ສ 2020


Logo ຂອງ Adobe Illustrator ປີ ຄ.ສ 2020


ທັ້ງໝົດນັ້ນກໍແມ່ນ ວິວັດທະນາການຂອງ Logo ໂປຣແກຣມ Illustrator ເຊິ່ງເຫັນໄດ້ວ່າມີການອອກແບບທີ່ຫຼຽບງ່າຍ, ມີຄວາມເໝາະສົມກັບ Trend ແລະ ຍຸກສະໄໝ.


ສຳລັບມື້ນີ້ກໍຂໍລາກັນໄປກ່ອນ ຂອບໃຈ ທຸກຄົນທີ່ເຂົ້າມາອ່ານບົດຄວາມຂອງພວກເຮົາ ແລະ ຢ່າລືມກົດຕິດ Facebook page ຂອງພວກເຮົາ ເພື່ອເປັນກຳລັງໃຈໃຫ້ພວກເຮົາຂຽນ Content ໃໝ່ໆລົງ ເພື່ອແບ່ງປັນຄວາມຮູ້ ແລະ ທີ່ສຳຄັນເພື່ອສ້າງ Content ທີ່ເປັນພາສາລາວໃຫ້ຫຼາຍຂຶ້ນ.


ຊ່ອງທາງການຕິດຕາມ:

68 views0 comments

Comments


Post: Blog2_Post
bottom of page