top of page
Writer's pictureDueo Multimedia Services

ວິວັດທະນາການ Logo ຂອງ Adobe Audition


ຮູບວິວັດທະນາການ Logo ຂອງ Adobe Audition ຕັ້ງແຕ່ version ທຳອິດຈົນເຖິງ version ປັດຈຸບັນ


ທຸກຄົນເຄີຍຮູ້ບໍວ່າ ໂລໂກ້ ຂອງ Adobe Audition ນັ້ນມີການປ່ຽນແປງໄປແນວໃດແນ່ ຈາກ Version ທຳອິດ ຈົນເຖິງປັດຈຸບັນ. ມື້ນີ້, ພວກເຮົາໄດ້ນຳເອົາໜ້າຕາ ໂລໂກ້ ຂອງ Adobe Audition ຕັ້ງແຕ່ Version ທຳອິດມາໃຫ້ທຸກຄົນໄດ້ເບິ່ງກັນ. ແຕ່ກ່ອນທີ່ຈະໄປເບິ່ງການປ່ຽນແປງໂລໂກ້ ຂອງ Adobe Audition ນັ້ນ ເຮົາມາທຳຄວາມຮູ້ຈັກກັບ Adobe Audition ກັນກ່ອນ.


Adobe Audition ພັດທະນາໂດຍບໍລິສັດ Adobe System ເປັນບໍລິສັດຊອບແວຂະໜາດໃຫຍ່ໃນລັດແຄລິຟໍເນຍ ສະຫາລັດອາເມລິກາ. Adobe Audition ເປີດຕົວທຳອິດໃນປີ 2003 ເປັນໂປຣແກຮມທີ່ໃຊ້ໃນດ້ານຂອງສຽງແບບມືອາຊີບ ເຊິ່ງໂປຣແກຣມ Adobe Audition ສາມາດອັດສຽງ, ສ້າງສຽງ, ຕັດຕໍ່, ປະສົມປະສານ(mix), ແກ້ໄຂ ແລະ ອອກແບບ ສຽງ, ເພງ ຫຼື sound effects ຕ່າງໆໄດ້. ນອກນັ້ນ, ຍັງສາມາດ ຕັດຕໍ່ ຫຼື ປັບສຽງດົນຕີຕ່າງໆພາຍໃນເພງນັ້ນເຊັ່ນ: ສຽງເບສ, ສຽງກິຕ້າ, ສຽງກອງ ແລະ ສຽງຄົນຮ້ອງເປັນຕົ້ນ. Adobe Audition ເປັນໂປຣແກຣມທີ່ຢູ່ໃນຕະກູນດຽວກັນກັບ Adobe Premiere Pro ແລະ Adobe After Effects.

ສຳລັບໂລໂກ້ຂອງ Adobe Audition ນັ້ນກໍໄດ້ມີການປ່ຽນແປງໄປຕາມແຕ່ລະ Version ດັ່ງນີ້



Adobe Audition Logo Version 1.0 (2003-2006)


1. ໃນປີ 2003 ໂລໂກ້ໄດ້ມີການອອກແບບ ໂດຍເປັນ 4 ຫຼ່ຽມສີຟ້າ ມີຂອບສີມ່ວງ ພ້ອມທັງມີຮູບລຳໂພງ ເຊິ່ງສື່ໃຫ້ເຫັນເຖິງ ສຽງ ນັ້ນເອງ.



Adobe Audition Logo Version 2.0 (2006-2007)


2. ຕໍ່ມາໃນປີ 2006 ໂລໂກ້ໄດ້ປ່ຽນເປັນເສັ້ນຄື້ນສູງ-ຕ່ຳ ທີ່ເປັນຄື້ນສຽງນັ້ນເອງ ໂດຍມີການໃສ່ຄື້ນສີເທົາອົມຟ້າ ໂດຍມີ 4 ຫຼ່ຽມສີຂາວຢູ່ທາງດ້ານຫຼັງ.



Adobe Audition Logo Version 3.0 (2007-2011)


3. ໃນປີ 2007 ໂລໂກ້ໄດ້ມີການອອກແບບທີ່ລຽບງ່າຍ ໂດຍເປັນ 4 ຫຼ່ຽມສີເທົາອົມຟ້າໄລ່ສີອ່ອນຫາເຂັ້ມ ແລະ ມີຕົວອັກສອນ “ Au ” ສີຂາວຢູ່ທາງກາງ ເຊິ່ງຕົວອັກສອນ A ຈະມີຂະໜາດນ້ອຍກວ່າຕົວອັກສອນ u.



Adobe Audition Logo Version 4 CS5.5 (2011-2012)


4. ປີ 2011 ໄດ້ປ່ຽນຈາກຮູບ 4 ຫຼ່ຽມມາເປັນຮູບລັກສະນະຄ້າຍຄືປຶ້ມ ທີ່ມີສີອ່ອນລົງ ສ່ວນຕົວອັກສອນ “ Au ” ໄດ້ປ່ຽນເປັນສີຟ້າອ່ອນ ທີ່ໜາຂຶ້ນ.



Adobe Audition Logo Version 5 CS6 (2012-2013)


5. ປີ 2012 ໄດ້ປ່ຽນຈາກຮູບປື້ມເປັນ 4 ຫຼ່ຽມແບບເກົ່າ, ປ່ຽນສີພື້ນເປັນສີເຂັ້ມ, ມີການເພີ່ມກອບໜາສີຂຽວ ແລະ ຕົວອັກສອນ “ Au ” ມີສີດຽວກັບກອບ.



Adobe Audition CC Logo (2013-2015)


6. ໃນປີ 2013 ແຕກຕ່າງຈາກ Version 5 ເລັກໜ້ອຍ ໂດຍໄດ້ປ່ຽນໃຫ້ກອບບາງລົງ ແລະ ຕົວອັກສອນກໍບາງລົງເຊັ່ນກັນ ມີສີຂຽວອົມຟ້າເລັກນ້ອຍ.



Adobe Audition CC Logo Version 6-11 (CC2015-2020)


7. ປີ 2015 ໂລໂກ້ມີສີສັນ ແລະ ຕົວອັກສອນຄ້າຍຄືກັບ Version 5 ແຕ່ມີສີທີ່ເຂັ້ມກວ່າເລັກນ້ອຍ ພ້ອມທັງມີຂອບທີ່ບາງຄືກັບ ປີ 2013 ເປັນການປະສົບປະສານທີ່ລຽບງ່າຍ ແລະ ຫຼູຫຼາ ເຊິ່ງໄດ້ນຳໃຊ້ມາຈົນເຖິງປີ 2020.



Adobe Audition CC2020 Version 13.0.7 (2020-ປັດຈຸບັນ)


8. ໃນປີ 2020 ໂລໂກ້ Adobe Audition ໄດ້ມີການປ່ຽນແປງຈາກ 4 ຫຼ່ຽມທີ່ມີຂອບແບບເກົ່າ ເປັນພື້ນສີມ່ວງເຂັ້ມບໍ່ມີຂອບ ແລະ ຫຼ່ຽມກໍມີລັກສະນະໂຄ້ງມົນເຂົ້າ ພ້ອມທັງປ່ຽນຕົວອັກສອນເປັນສີມ່ວງອ່ອນໃຫ້ມີຄວາມໂດດເດັ່ນຍິ່ງຂື້ນ.


ທັ້ງໝົດນັ້ນກໍແມ່ນ ວິວັດທະນາການຂອງ Logo ໂປຣແກຣມ Illustrator ເຊິ່ງເຫັນໄດ້ວ່າມີການອອກແບບທີ່ຫຼຽບງ່າຍ, ມີຄວາມເໝາະສົມກັບ Trend ແລະ ຍຸກສະໄໝ.

ສຳລັບມື້ນີ້ ກໍຂໍລາກັນໄປກ່ອນ ຂອບໃຈ ທຸກຄົນທີ່ເຂົ້າມາອ່ານບົດຄວາມຂອງພວກເຮົາ ແລະ ຢ່າລືມກົດຕິດ Facebook page ຂອງພວກເຮົາ ເພື່ອເປັນກຳລັງໃຈໃຫ້ພວກເຮົາຂຽນ Content ໃໝ່ໆລົງ ເພື່ອແບ່ງປັນຄວາມຮູ້ ແລະ ທີ່ສຳຄັນເພື່ອສ້າງ Content ທີ່ເປັນພາສາລາວໃຫ້ຫຼາຍຂຶ້ນ.


ແຫຼ່ງຂໍ້ມູນ: https://logos.fandom.com/wiki/Adobe_Audition


ຊ່ອງທາງການຕິດຕາມ:


Comments


Post: Blog2_Post
bottom of page