top of page
Writer's pictureDueo Multimedia Services

ວິວັດທະນາການຂອງ Logo Adobe After Effects


ຮູບວິວັດທະນາການຂອງ Logo Adobe After Effects ຕັ້ງແຕ່ Version ທຳອິດຈົນຮອດ Version ລ້າສຸດ


ສະບາຍດີຜູ້ອ່ານທຸກທ່ານ ພວກເຮົາມາພົບກັນອີກຄັ້ງໜຶ່ງແລ້ວ ຕໍ່ຈາກ post ທີ່ແລ້ວ ມື້ນີ້ພວກເຮົາຈະມາແນະນຳໃຫ້ທຸກທ່ານຮູ້ຈັກກ່ຽວກັບໂປຼແກຣມ Adobe After Effects ແລະ ວິວັດທະນາການຂອງໂລໂກ້ວ່າຈະມີໜ້າຕາເປັນແບບໃດແດ່ ເຊິ່ງບາງທ່ານອາດຈະເຄີຍເຫັນ ຫຼື ບໍ່ເຄີຍເຫັນກັນມາແລ້ວ ມາຕິດຕາມໄປພ້ອມກັນເລີຍເຈົ້າ!!


Adobe After Effects ແມ່ນໂປຼແກຣມທີ່ໃຊ້ສຳຫຼັບການສ້າງກຣາຟຟິກເຄື່ອນໄຫວ, ພາບ Effect ແລະ ຄອມໂພສິດໃນລະບົບດິຈິຕອນ. ເປັນໂປຼແກຣມທີ່ຈະເນັ້ນໄປງານທາງດ້ານ Video Compost ເຊິ່ງປຽບເໝືອນ ໂປຼແກຣມ photoshop ແຕ່ປ່ຽນຈາກພາບນິ້ງມາເປັນພາບເຄື່ອນໄຫວ. ນິຍົມໃຊ້ໃນການສ້າງ Motion Graphic, ການສ້າງໜັງ ສ້າງ Project, Transition, Effect ແລະ Plug in ຕ່າງໆໃນການເຮັດວຽກ.


Adobe After Effects ຖືກພັດທະນາຂຶ້ນໂດຍບໍລິສັດ Adobe System ເປີດໂຕເມື່ອປີ 1993 ໂດຍການໃຊ້ງານຫຼັກໆຄື ການສ້າງອະນິເມຊັ່ນແບບ 2 ມິຕິ ແລະ 2,5 ມິຕິ. ເປັນອົງປະກອບຂອງພາບ Effect ແລະການຕົກແຕ່ງ (ການປັບພາບ, ແກ້ໄຂສີ ແລະອື່ນໆ).


ສຳຫຼັບໂລໂກ້ຂອງ After Effects ນັ້ນກໍໄດ້ມີການປ່ຽນແປງ ແລະ ພັດທະນາໄປຕາມແຕ່ລະ Version ດັ່ງນີ້:



Adobe After Effect Logo Version 1.0 (1993-1995)


1. Logo ທຳອິດຂອງ After Effects ໄດ້ມີການອອກແບບໂດຍມີພື້ນຫຼັງເປັນສີແດງຮູບຊົງສີ່ຫຼ່ຽມ ທັບດ້ວຍຮູບເຣດ້າ ແລະ ມີໂຕອັກສອນຄຳວ່າ AE ສີດຳຢູ່ທາງໜ້າ ເຊິ່ງເພິ່ນໄດ້ນຳໃຊ້ໂຕອັກສອນນີ້ຕັ້ງແຕ່ Version ທຳອິດ ໂດຍນຳໃຊ້ຈົນເຖິງປີ 1995.



Adobe After Effect Logo Version 3.0 (1995-1999)


2. ປີ 1995 ຕໍ່ມາໄດ້ມີການພັດທະນາໂດຍປ່ຽນຂອບພື້ນຫຼັງເປັນສີເທົາ ແລະ ເຮັດສັນຍາລັກເຣດ້າໃຫ້ເດັ່ນຂຶ້ນດ້ວຍການໃສ່ສີແດງ ແລະ ຟ້າ ໂດຍໄດ້ມີການນຳເອົາໂຕອັກສອນ AE ອອກໄປ ແລ້ວແທນດ້ວຍເລກ 3 ເຊິ່ງເປັນ Version ຂອງໂປຼແກຣມ ແລະ Version ນີ້ເພິ່ນໄດ້ມີການນຳເອົາເຄື່ອງມື ແລະ ລູກຫຼິ້ນຕ່າງໆເຂົ້າມາຫຼາຍຂຶ້ນ.



Adobe After Effect Logo Version 4.0 (1999)


3. ປີ 1999 ໄດ້ມີການພັດທະນາເປັນ Version 4.0 ໂດຍໃສ່ຂອບສີຟ້າອ່ອນເຂົ້າມາ ແລະ ປ່ຽນຈຸດເດັ່ນຈາກເຣດາ ເປັນເລກ 4 ແລະ ມີການບອກ Version ຂອງຕົວໂປຼແກຣມຢູ່ໜ້າ Icon ຢ່າງຊັດເຈນ ແລະ ເລີ່ມຮອງຮັບລະບົບຕ່າງໆຫຼາຍຂຶ້ນ.



Adobe After Effect Logo Version 4.1 (1999-2001)


4. ໃນປີດຽວກັນເພິ່ນຍັງບໍ່ໄດ້ມີການປ່ຽນແປງ Icon ພຽງແຕ່ປ່ຽນໂຕເລກທາງລຸ່ມ ໄປຕາມ Version ຂອງໂປຼແກຣມ



Adobe After Effect Logo Version 5.0 (2001-2003)

5. ປີ 2001 ໄດ້ມີການປ່ຽນຮູບແບບຂອງ Icon ໃໝ່ໂດຍມີຄວາມທັນສະໄໝຂຶ້ນ ແລະ ໄດ້ນຳເອົາສັນຍະລັກຂອງເສົາກະຈາຍສັນຍານເຂົ້າມາແທນ ແລະ ໃສ່ສີພື້ນຫຼັງໃຫ້ມີສີສັນສົດໃສຂຶ້ນ ໂດຍພວກເຮົາຈະສັງເກດເຫັນວ່າ ເພິ່ນໄດ້ໃສ່ໂລໂກ້ຂອງ Adobe ຢູ່ທາງລຸ່ມ Icon ເຂົ້າມານຳ.



Adobe After Effect Logo Version 6.0 (2003-2006)


6. ປີ 2003 ໄດ້ມີການພັດທະນາ Icon ໃຫ້ມີຄວາມຄົມຊັດຂຶ້ນ ແລະ ປ່ຽນຮູບແບບຂອງເສົາສັນຍານໃໝ່ ໂດຍໄດ້ປ່ຽນສີພື້ນຫຼັງເປັນສີສົ້ມປົນເຫຼືອງ ແລະ ຂາວ.




Adobe After Effect Logo Version 7.0 (2006-2007)


7. ປີ 2006 ກໍໄດ້ມີການປ່ຽນຮູບແບບຂອງ Icon ອີກຄັ້ງ ໂດຍໄດ້ມີການສ້າງໃຫ້ມີຄວາມລຽບງ່າຍຂຶ້ນ. ເພິ່ນໄດ້ມີການນຳເອົາຂອບຂອງ Icon ອອກ ແລະ ພື້ນຫຼັງຖືກປ່ຽນເປັນສີຂາວທັງໝົດ ແລະ ມີສັນຍະລັກຂອງວົງແຫວນເປັນວົງມົນຊ້ອນກັນຫຼາຍຊັ້ນ.



Adobe After Effect Logo Version CS3 (8.0) (2007-2008)


8. ປີ 2007 ໄດ້ມີການປ່ຽນຮູບແບບຂອງ Icon ໃໝ່ ໂດຍການນຳເອົາສັນຍາລັກທີ່ເປັນໂຕອັກສອນຂອງ AE ກັບມາອີກຄັ້ງ ໂດຍປັບແຕ່ງໃຫ້ມີຄວາມໜາ, ໃຊ້ຟອນ ແລະ ໃສ່ສີເທົາທີ່ເບິ່ງລຽບງ່າຍ ແລະ ສະບາຍຕາ, ໃຊ້ສີພື້ນຫຼັງໂດຍໄລ່ຕັ້ງແຕ່ສີເທົາອ່ອນຫາສີເທົາເຂັ້້ມ ແລະ ໄດ້ພັດທະນາລູກຫຼິ້ນຂອງຕົວໂປຼແກຣມໃຫ້ຫຼາຍຂຶ້ນກວ່າເກົ່າ ເຊິ່ງ Version ນີ້ເພິ່ນໄດ້ປ່ຽນນາມສະກຸນ Version ຂອງໂປຼແກຣມເປັນ CS3.




Adobe After Effect Logo Version CS3 (8.0.2) (2008-2010)


9. ໃນປີ 2008 ກໍຍັງຄົງຮູບຮ່າງຂອງ Icon ໄວ້ຄືເກົ່າ ແລະ ໄດ້ປ່ຽນສີຂອງໂຕອັກສອນທີ່ເປັນສັນຍະລັກຂອງໂປຼແກຣມໃຫ້ເປັນສີດຳ ແລະ ປັບສີພື້ນຫຼັງໃຫ້ມີຄວາມຈາງລົງ.



Adobe After Effect Logo Version CS4 (9.0.3) (2010-2012)


10. ປິ 2010 ໄດ້ມີການປ່ຽນ Icon ໃຫ້ເປັນຮູບແບບຄື 3D ມີລັກສະນະຄ້າຍຄືປຶ້ມ. ຕົວອັກສອນປ່ຽນເປັນສີເທົາ ແລະ ປ່ຽນສີພື້ນຫຼັງໃໝ່.



Adobe After Effect Logo Version CS6 (11.0) (2012-2013)


11. ປີ 2012 ໄດ້ກັບມານຳໃຊ້ຂອບແບບເກົ່າ ໂດຍມີຂອບທີ່ໜາຂຶ້ນ, ຂອບ ແລະ ໂຕອັກສອນປ່ຽນເປັນສີມ່ວງເຂັ້ມ ພື້ນຫຼັງສີດຳອອກມ່ວງໜ້ອຍໜຶ່ງ.



Adobe After Effect Logo Version CC (12.0) (2013-2015)


12. ປີ 2013 ໄດ້ພັດທະນາໃຫ້ຂອບ ແລະ ຕົວອັກສອນຂອງ Icon ໃຫ້ມີຄວາມບາງລົງ ເພ່ືອໃຫ້ມີຄວາມສວຍງາມ ແລະ ຫຼູຫຼາຂຶ້ນ ໂດຍໄດ້ເພີ່ມເຄື່ອງມືຕ່າງໆເຂົ້າມາໃນໂປຼແກຣມຫຼາຍຂຶ້ນເຕີມ ແລະ ໄດ້ມີການປ໋ຽນນາມສະກຸນຂອງ Version ເປັນ CC.



Adobe After Effect Logo Version CC 2015.0 (13.5.0.347) (2015-2020)


13. ປີ 2015 ໄອຄອນຈະມີຄວາມຄ້າຍຄືກັນກັບ Version ທີ່ແລ້ວ ຕ່າງກັນແຕ່ຄວາມເຂັ້ມຂອງສີ ແລະ ໄດ້ຖືກນຳໃຊ້ຈົນເຖິງປີ 2020



Adobe After Effect Logo Version CC (17.0) (2020)


14. After Effect ເປັນ Version ທີ່ໄດ້ພັດທະນາ ແລະ ຫາກໍເປີດຕົວເມື່ອປີ 2020 ແລະ ເປັນ Version ໃໝ່ທີ່ນຳໃຊ້ມາຈົນເຖິງປັດຈຸບັນນີ້. ຕົວ Icon ໄດ້ມີການນຳເອົາຂອບອອກອີກຄັ້ງ ແລະ ປ່ຽນຈາກລັກສະນະຫຼ່ຽມຂອງ Icon ເປັນໂຄ້ງມົນ. ຕົວອັກສອນຖືກປ່ຽນເປັນສີມ່ວງຟ້າ ແລະ ພື້ນຫຼັງເປັນສີດຳອອກຟ້າແກ່ນ ເພີ່ມຄວາມ ຫຼູຫຼາ, ທັນສະໄໝຕາມຍຸກສະໄໝປັດຈຸບັນ.


ທັ້ງໝົດນີ້ ກໍແມ່ນ ການປ່ຽນແປງ Logo ຂອງໂປຣແກຣມ Adobe Lightroom ເຊິ່ງເຫັນໄດ້ວ່າມີການອອກແບບທີ່ຫຼຽບງ່າຍ ແລະ ມີຄວາມເໝາະສົມກັບແຕ່ລະຍຸກສະໄໝ.


ສຳລັບມື້ນີ້ ພວກເຮົາກໍຂໍລາກັນໄປກ່ອນ ຂອບໃຈ ທຸກຄົນທີ່ເຂົ້າມາອ່ານບົດຄວາມຂອງພວກເຮົາ ແລະ ຢ່າລືມກົດຕິດ Facebook page ຂອງພວກເຮົາ ເພື່ອເປັນກຳລັງໃຈໃຫ້ພວກເຮົາໃນການຂຽນ Content ໃໝ່ໆລົງ ເພື່ອແບ່ງປັນຄວາມຮູ້ ແລະ ທີ່ສຳຄັນເພື່ອສ້າງ Content ທີ່ເປັນພາສາລາວໃຫ້ຫຼາຍຂຶ້ນ.


ແຫ່ງຂໍ້ມູນ :


ຊ່ອງທາງການຕິດຕາມພວກເຮົາ:


Comments


Post: Blog2_Post
bottom of page