top of page
Writer's pictureDueo Multimedia Services

ວິວັດທະນາການ Logo ຂອງ Adobe Premiere Pro


ຮູບວິວັດທະນາການ Logo ຂອງ Adobe Premiere Pro ຕັ້ງແຕ່ version ທຳອິດຈົນເຖິງ version ປັດຈຸບັນ


ຫຼາຍໆຄົນກໍໜ້າຈະຮູ້ຈັກກັບ Program Adobe Premiere Pro ຫຼື ບາງຄົນກໍອາດຈະຍັງບໍ່ຮູ້ ແຕ່ມື້ນີ້ເຮົາຈະມາແນະນຳກ່ຽວກັບໂປຣແກຣມນີ້ ແລະ ວິວັດທະນາການຂອງໂລໂກ້ວ່າຈະມີໜ້າຕາແບບໃດແດ່ ແລະ ເຮົາທັນໃຊ້ ຫຼື ເຄີຍເຫັນລຸ້ນໃດ ມາເບິ່ງກັນເລີຍ!!


Adobe Premiere ເປັນໂປຣແກຣມທີ່ໃຊ້ໃນການຕັດຕໍ່ພາບ ແລະ ສຽງ ເຊິ່ງຕົວໂປຣແກຣມເອງມີຄວາມສາມາດໃນການຕົກແຕ່ງ ແລະ ຕັດຕໍ່ພາບ, ສຽງ ແລະ ໃສ່ Effect ແລະ Transition ໃຫ້ກັບພາບ ແລະ ສຽງ.

Premiere ເປັນໂປຣແກຣມທີ່ຖືກພັດທະນາຂຶ້ນໂດຍບໍລິສັດ Adobe ເຊິ່ງເປີດຕົວເມື່ອປີ 1991 ໂດຍ Premiere ເປັນລະບົບທີ່ໃຊ້ software ພຽງຢ່າງດຽວ ແລະ ສາມາດຣັນ (Run) ໃນຄອມພິວເຕີລາຄາປະຢັດ Adobe Premiere ຊ່ວຍໃຫ້ຜູ້ໃຊ້ສາມາດວາງ Clip ເທິງ Timeline ເພີ່ມ effect ການປ່ຽນພາບ ແລະ ເພງປະກອບໄດ້ຢ່າງງ່າຍດາຍ ເປີດໂອກາດໃຫ້ແກ່ທຸກຄົນທີ່ຕ້ອງການຮຽນຮູ້ສິລະປະຂອງການເລົ່າເລື່ອງໂດຍພາບ.


ເຊິ່ງ!!! ໂລໂກ້ຂອງ Adobe Premiere ມີການປ່ຽນແປງ, ແກ້ໄຂ ແລະ ພັດທະນາໃຫ້ເໝາະກັບແຕ່ລະຍຸກສະໄໝດັ່ງນີ້ :



Logo ຂອງ Adobe Premiere ປີ ຄ.ສ 1991 – 1997 Version 1.0 – 4.2


1. Logo ທຳອິດຂອງ Premiere ອອກແບບໃຫ້ເບິ່ງອອກງ່າຍໆຄື 4 ຫຼ່ຽມສີຂາວ ໂດຍມີຮູບມ້ວນຟີມ ແລະ ຟີມສີແດງທັບຊ້ອນກັນ ໂດຍຖືກສ້າງຂຶ້ນໃນປີ 1991 ໃນ version 1.0 ແລະ ນຳໃຊ້ຈົນເຖິງປີ 1997 ໃນ version 4.2.



Logo ຂອງ Adobe Premiere ປີ ຄ.ສ 1998 version 5.0


2. ໃນເດືອນ 5 ປີ ຄ.ສ 1998 icon version 5.0 ໄດ້ມີການພັດທະນາ ແລະ ອອກແບບ icon ໃໝ່ໂດຍມີມ້ວນຟີມສີຂາວທີ່ມີພື້ນຫຼັງສີເທົາເຂັ້ມຢູ່ໃນກອບ 4 ຫຼ່ຽມທີ່ມີຂອບສີດຳ, ຟ້າທະເລ, ສີຂາວ ແລະ ສະເລດຟີມ (Slate Film) ຢູ່ມຸມລຸ່ມເບື້ອງຂວາທີ່ມີເລກ 5.0 ເທິ່ງສະເລດ.



Logo ຂອງ Adobe Premiere ປີ ຄ.ສ 1998 – 2001 version 5.1


3. ໃນເດືອນ 10 ປີ ຄ.ສ 1998 ໄດ້ມີການພັດທະນາຂຶ້ນຈາກ version 5.0 ເປັນ 5.1 ແລະ ປ່ຽນແປງ icon ພຽງເລັກໜ້ອຍຈາກ version 5.0 ໂດຍພຽງແຕ່ປ່ຽນຈາກເກົ່າບ່ອນສະເລດຟີມທີ່ຢູ່ມຸມລຸ່ມເບື້ອງຂວາ ປ່ຽນເປັນຢູ່ມຸມລຸ່ມເບື້ອງຊ້າຍແທນ ແລະ ໂຕເລກທີ່ຢູ່ເທິງສະເລດຟີມຈາກ 5.0 ເປັນ 5.1.



Logo ຂອງ Adobe Premiere ປີ ຄ.ສ 2001 – 2002 version 6.0


4. ໃນຕົ້ນປີ ຄ.ສ 2001 ໄດ້ມີການພັດທະນາ ແລະ ອອກແບບ icon ໃໝ່ ໂດຍເປັນຮູບຂາວດຳຂອງກ້ອງຖ່າຍພາບ-ວິດີໂອ ໃນກອບສີດຳ ແລະ ສີຟ້າ , ພາບພື້ນຫຼັງສີເທົາ ເງົາສີຂາວ.



Logo ຂອງ Adobe Premiere ປີ ຄ.ສ 2002 – 2003 version 6.5


5. ໃນເດືອນ 8 ປີ ຄ.ສ 2002 ໄດ້ມີການປ່ຽນແປງຂຶ້ນໂດຍເລີ່ມມີການໃສ່ສີສັນຈາກ Logo version 6.0 ແລະ ມີ Logo ຂອງ Adobe ວາງຢູ່ມຸມລຸ່ມເບື້ອງຊ້າຍຂອງ icon.



Logo ຂອງ Adobe Premiere Pro ປີ ຄ.ສ 2003 – 2005 version 1.0 - 1.5


6. ໃນເດືອນ 8 ປີ 2003 Adobe Premiere ໄດ້ພັດທະນາ ແລະ ປ່ຽນແປງຊື່ລຸ້ນເປັນ Adobe Premiere Pro version 1.0 ຫຼື ບາງຄົນເອີ້ນວ່າ Adobe Premiere 7.0 ໂດຍ icon ມີີຮູບມ້າສີດໍາລັກສະນະກໍາລັງແລ່ນເທິ່ງນໍ້າທະເລ ໃນຂອບສີຟ້າຄາມ; ໂດຍ icon ນີ້ໄດ້ນໍາໃຊ້ທັງ version 1.0 ແລະ version 1.5 ປີ ຄ.ສ 2005.



Logo ຂອງ Adobe Premiere Pro ປີ ຄ.ສ 2005 – 2007 version 2.0


7. ໃນປີ ຄ.ສ 2005 ໄດ້ມີການປ່ຽນແປງ icon ໃໝ່ໂດຍມີພື້ນຫຼັງ 4 ຫຼ່ຽມສີຂາວ ແລະ ມີຮູບແຜ່ນແກ້ວຫຼາຍໆແຜ່ນລ່ຽງຖີ່-ຊ້ອນກັນເປັນຮູບກ້ຽວ.



Logo ຂອງ Adobe Premiere Pro ປີ ຄ.ສ 2007 – 2008 version 3.0 (CS3)


8. ໃນປີ 2007 Logo ໄດ້ມີການອອກແບບໃໝ່ເລີ່ມມີຄວາມລຽບງ່າຍຂຶ້ນ ໂດຍມີ 4 ຫຼ່ຽມສີມ້ວງໄລ່ສີອ່ອນຫາເຂັ້ມ ແລະ ມີຕົວອັກສອນສີທະເລອ່ອນອອກຂາວ “ Pr ” ຢູ່ທາງກາງ.



Logo ຂອງ Adobe Premiere Pro ປີ ຄ.ສ 2008 – 2010 version 4.0 (CS4)


9. ໃນປີ 2008 ແຕກຕ່າງຈາກ version 3.0 ເລັກໜ້ອຍ, ໂດຍປ່ຽນເປັນ 4 ຫຼ່ຽມສີມ້ວງອ່ອນໄລ່ສີເຂັ້ມ ແລະ ຕົວອັກສອນ “ Pr ” ເປັນສີມ້ວງເຂັ້ມອອກດໍາ.



Logo ຂອງ Adobe Premiere Pro ປີ ຄ.ສ 2010 – 2012 version 5.0 (CS5)


10. ປີ 2010 ຈາກຮູບ 4 ຫຼ່ຽມໄດ້ປ່ຽນເປັນຮູບລັກສະນະຄ້າຍຄືປຶ້ມ ທີ່ມີສີເຂັ້ມຂຶ້ນ, ຕົວອັກສອນໄດ້ປ່ຽນເປັນສີມ້ວງອ່ອນ.



Logo ຂອງ Adobe Premiere Pro ປີ ຄ.ສ 2012 – 2013 version 6.0 (CS6)


11. ປີ 2012 ໄດ້ປ່ຽນກັບມໃຊ້ເປັນ icon ແບນແບບເກົ່າ ໂດຍມີກອບໜາສີມ້ວງອ່ອນ, ພື້ນຫຼັງເປັນສີມ້ວງເຂັ້ມ ແລະ ຕົວອັກສອນ “ Pr ” ເປັນສີດຽວກັບສີກອບ.



Logo ຂອງ Adobe Premiere Pro ປີ ຄ.ສ 2013– 2015 version CC – CC2014


12. ປີ 2013 ແຕກຕ່າງຈາກ version 6.0 ເລັກໜ້ອຍບ່ອນກອບ ແລະ ຕົວອັກສອນບາງລົງ ແລະ ມີສີທີ່ເຂັ້ມຂຶ້ນ ໂດຍມີການໄລ່ສີເລັກໜ້ອຍ.



Logo ຂອງ Adobe Premiere Pro ປີ ຄ.ສ 2015 – 2020 version CC2015 – CC2020)


13. ປີ 2015 ສີສັນຈະຄ້າຍຄືກັບ version 6.0 (CS6) ແຕ່ກັບມີກອບ ແລະ ຕົວອັກສອນບາງ ຄ້າຍຄືກັບ version CC2014 ມີຄວາມປະສົມປະສານທີ່ລຽບງ່າຍ ແລະ ຫຼູຫຼາຂຶ້ນ.



Logo ຂອງ Adobe Premiere Pro ປີ ຄ.ສ 2020 – 2021


14. ປີ 2020 ໄດ້ມີການປ່ຽນແປງໂດຍ 4 ຫຼ່ຽມຈາກເກົ່າໄດ້ປ່ຽນເປັນເປັນສີຟ້າເຂັ້ມບໍ່ມີຂອບ ແລະ ຫຼ່ຽມກໍມີລັກສະນະໂຄ້ງມົນເຂົ້າ, ຕົວອັກສອນ “ Pr ” ປ່ຽນເປັນສີຟ້າອ່ອນໂດຍຕົວອັກສອນຖືກປັບໃຫ້ໃຫຍ່ຂຶ້ນ ແລະ ມີຄວາມໂດດເດັ່ນຂຶ້ນ.


ທັງໝົດນີ້ກໍເປັນວິວັດທະນາການຂອງ Logo Program Adobe Premiere Pro ເຊິ່ງເຫັນໄດ້ວ່າມີການອອກແບບທີ່ຫຼາກຫຼາຍ, ລຽບງ່າຍ , ງົດງາມ ແລະ ເຂົ້າກັບຍຸກສະໄໝ.


ສໍາຫຼັບມື້ນີ້ກໍຂໍລາກັນໄປກອນ ຂໍຂອບໃຈທຸກຄົນທີ່ເຂົ້າມາອ່ານບົດຄວາມຂອງພວກເຮົາ ແລະ ຢ່າລືມກົດຕິດຕາມ Facebook Page ຂອງພວກເຮົາເພື່ອເປັັນກໍາລັງໃຈໃຫ້ພວກເຮົາຂຽນ Content ໃໝ່ໆລົງ ເພື່ອແບ່ງປັນຄວາມຮູ້ ແລະ ທີ່ສຳຄັນເພື່ອສ້າງ Content ທີ່ເປັນພາສາລາວໃຫ້ຫຼາຍຂຶ້ນ.


ຊ່ອງທາງການຕິດຕາມ:

Comments


Post: Blog2_Post
bottom of page